ຊົງຊາ: ຕໍ່ກັບບັນດາຜະລິດຕະພັນເຫັດຖັງເຊົ່າສີທອງ CordyLaos ຊະນິດສົດຫຼືອົບແຫ້ງ ສາມາດນໍາມາຊົງຊາເພື່ອດື່ມ ແລະສໍາພັດກັບລົດຊາດທີ່ເປັນເອກະລັກ ແລະຍັງສາມາດປະສົມກັບສະໝຸນໄພອື່ນ ນໍາກໍ່ໄດ້ເພື່ອເພີ້ມລົດຊາດແລະບໍາລຸງຮ່າງກາຍ. ແຊ່ເຫັດຖັງເຊົ່າສີທອງ CordyLaos ກັບ 300 ml ນໍ້າຮ້ອນ100 ອົງສາ ໃນເຕົ້ານໍ້າຊາທີ່ປິດຝາສະນິດປະມານ 4-5 ຊົ່ວໂມງ.
ດອງນໍ້າເຜິ້ງ: ດອງເຫັດຖັງເຊົ່າສີທອງກັບນໍ້າເຜິ້ງ (ຂໍ້ຄວນເອົາໃຈໃສ່: ບໍ່ເອົາຮາກຂອງເຫັດມາດອງ) ແລະ ຄົນມື້ລະຄັ້ງເປັນເວລາ 5 ມື້ທໍາອິດ, ສາມາດຮັບປະທານໄດ້ຫຼັງ10ມື້ (ຕໍ່ກັບເສັ້ນສົດ) ຫຼື 30ມື້ (ຕໍ່ກັບເສັ້ນອົບແຫ້ງ) ຮັບປະທານແຕ່ລະມື້ 5-10 ml ຫຼື 2-3ເສັ້ນ.
ອງເຫຼົ້າ: ບອງເຫັດຖັງເຊົ່າສີທອງ CordyLaos ກັບເຫຼົ້າຂາວ 35-40 ອົງສາ(ສາມາດດອງທັງເສັ້ນແລະຮາກຖັງເຊົ່າສີທອງ) ໃນຂວດແກ້ວ ເພື່ອສະດວກໃນການຕິດຕາມການດອງ ແລະ ເພີ້ມຄວາມສວຍງາມເວລາຫຼຽວເບິ່ງໂຖດອງເຫຼົ້າ. ດອງໄດ້ 03ເດືອນສາມາດນໍາມາດື່ມໄດ້, ດື່ມຄັ້ງລະ 02 ຈອກເຫຼົ້ານ້ອຍພ້ອມກັບຮັບປະທານອາຫານ.
ນໍາມາປຸງອາຫານ: ນໍາມາປຸງແຕ່ງກັບອາຫານປະເພດຕຸ໋ນ ແລະ ຈຸ່ມ: ນໍາເຫັດຖັງເຊົ່າສີທອງ CordyLaos ໃສ່ໃນໝໍ້ຄວາມດັນ, ຕຸ໋ນກັບກະດູກ ເພື່ອເຮັດເຂົ້າປຽກເຂົ້າຫຼືເຮັດເມນູອື່ນຕາມ ມັກໃຊ້ເວລາໃນການປຸງແຕ່ງປະມານ 30ນາທີ (ນັບແຕ່ຕອນນໍ້າຟົດ) ເພື່ອສະກັດໃຫ້ສັບພະຄຸນຂອງເຫັດຖັງເຊົ່າສີທອງອອກມາໃຫ້ໝົດ, ຫຼັງຈາກນັ້ນຮັບປະທານໄດ້ປົກກະຕິ.