ປະ​ຫວັດ​ຄວາມ​ເປັນ​ມາ
ເຫັດຖັງເຊົ່າສີທອງ CordyLaos ແມ່ນໝາກຜົນການຄົ້ນຄ້ວາວິໄຈມາຫຼາຍປີ ຂອງນັກວິທະຍາສາດ, ພະນັກງານວິຊາການ ໃນຂະບວນການການຄົ້ນຄ້ວາ ແລະຜະລິດ. ທິມງານວິຊາການທຸກຄົນ ໄດ້ເອົາໃຈໃສ່ ໃນທຸບາດກ້າວການຜະລິດ ເພື່ອໃຫ້ໄດ້ມາຜະລິດຕະພັນດີທີ່ສຸດສູ່ມືຜູ້ຊົມໃຊ້. ປີ 2019, ບໍລິສັດ ທາດຫຼວງ ພັດທະນາ ຈໍາກັດ ໄດ້ຮັບການຖ່າຍທອດເຕັກໂລໂນຢີ ແລະເຕັກນິກປູກເຫັດຖັງເຊົ່າສີທອງຈາກ ສູນເຕັກໂລໂນຢີຊີວະສາດ ຢູ່ຫວຽດນາມ. ມາຮອດປັດຈຸບັນ, ທິມງານວິຊາການຂອງບໍລິສັດ ໄດ້ທໍາການປູກລ້ຽງເຫັດຖັງເຊົ່າສີທອງ Cordyceps militaris ໃນລະບົບປິດຄວບຄຸມອຸນຫະພຸມ ຢູ່ນະຄອນຫຼວງວຽງຈັນ, ລາວ ເຊິ່ງໄດ້ຮັບຜົນສໍາເລັດເປັນຢ່າງດີ, ໄດ້ພະແນກກະສີກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ອອກໃບອະນຸຍາດດໍາເນີນທຸລະກິດ ປູກເຫັດຖັງເຊົ່າສີທອງ,ລົງວັນທີ 07/05/2020. ຜ່ານການຄົ້ນຄ້ວາ, ຜະລິດ, ບໍລິສັດໄດ້ວາງອອກຫຼາຍຜະລິຕະພັນ ຕອບສະໜອງຕະຫຼາດພາຍໃນ ແລະຕ່າງປະເທດ, ເປົ້າໝາຍຂອງພວກເຮົາແມ່ແນໃສ່ເປັນຜູ້ນໍາໜ້າ ປູກເຫັດຖັງເຊົ່າສີທອງ ແລະດໍາເນີນທຸລະກິດເຫັດຖັງເຊົ່າສີທອງ ຢູ່ ນະຄອນຫຼວງວຽງຈັນລາວ, ສະໜອງໃຫ້ຜູ້ຊົມໃຊ້ ຜະລິດຕະພັນສະອາດ, ປອດໄຟ, ຮັບປະກັນ ຄຸນນະພາບດີ, ລາຄາເໝາະສົມ ເພື່ອສຸຂະພາບ ຂອງປະຊາຄົມ.
ວິໃສທັດ
– ກ່າຍເປັນບໍລິສັດນໍາໜ້າ ໃນການພັດທະນາຜະລິດຕະພັນ ເຕັກໂລໂນຢີຊີວະສາດໃນທົ່ວປະເທດ.
– ພາລະບົດບາດ ຄົ້ນຄ້ວາ ແລະໝູນໃຊ້ເຕັກໂລໂນຢີຊີວະສາດ ເພື່ອຜະລິດເປັນສີນຄ້າທີ່ມີຄຸນຄ່າດີໃຫ້ແກ່ສັງຄົມ
– ຄຸນຄ່າຫຼັກແຫຼ່ງ ວາງອອກຫຼາຍຫົວຂໍ້ຄົ້ນຄ້ວາ, ລາຍງານວິທະຍາສາດທີ່ມີລັກສະນະການນໍາໃຊ້ສູງ. ຜະລິດໄດ້ຫຼາຍສິນຄ້າດີ, ມີຄຸນນະພາບສູງ